ສະພາບການທຸກມື້ນີ້ເຮັດໃຫ້ປະຊາຊົນລາວທຸກຄົນມີຄວາມເຄັ່ງຕຶງ ແລະ ຢູ່ຢ່າງຫວາດລະແວງ ຈົນບາງຄົນກິນບໍ່ແຊບນອນບໍ່ຫຼັບເພາະຄິດຫຼາຍຈົນຈິດຕົກຄິດວ່າຕົນເອງຄຶຊິຕິດເຊື້ອໂຄວິດ!
ການຄິດຫຼາຍ ຫຼື ວິຕົກກັງວົນຈົນເກີນເຫດນັ້ນອາດສົ່ງຜົນກະທົບຕໍ່ສະພາບຈິດໃຈ ແລະ ການດຳລົງຊີວິດຂອງເຮົາໄດ້. ພວກເຮົາທຸກຄົນຈະຜ່ານວິກິດນີ້ໄປຢ່າງປອດໄພ ຖ້າເຮົາດຳລົງຊີວິດດ້ວຍຄວາມບໍ່ປະໝາດ ແລະ ມີສະຕິລະວັງໂຕທຸກຄັ້ງ.
ການເບີ່ງໂລກໃນແງ່ບວກ ແລະ ສ້າງສັນ ມັນອາດຈະຊ່ວຍຫຼຸດຜ່ອນຄວາມເຄັ່ງຕຶງຂອງສະຖານະການດັ່ງກ່າວໄດ້ ແລະ ມື້ນີ້ເຮົາມີກິດຈະກຳ ແລະ ພຶດຕິກຳບາງຢ່າງມາແນະນຳທີ່່ອາດຈະຊ່ວຍໃຫ້ທ່ານຫຼຸດຜ່ອນຄວາມກັງວົນຂອງທ່ານໄດ້ບໍ່ໜ້ອຍກໍ່ຫຼາຍ
1. ຈຳກັດຂ່າວສານທີ່ບໍ່ສ້າງສັນ ແລະ ບໍລິໂພກຂ່າວສານທີ່ໜ້າເຊື່່ອຖືຈາກໜ່ວຍສະເພາະກິດ ຫຼື ລັດຖະບານ
2. ໃຊ້ຊ່ວງເວລານີ້ໃຫ້ຄຸ້ມຄ່າກັບການດູແລໂຕເອງ ແລະ ຄົນໃນຄອບຄົວ
3. ສ້າງແຮງຈຸງໃຈດ້ວຍການຕັ້ງເປົ້າໝາຍ 5 ສິ່ງທີ່ຈະເຮັດໃນແຕ່ລະມື້
4. ປຶກສາກັບໝູ່ຄູ່ເພື່ອສ້າງ ຫຼື ສົ່ງເສີມທຸລະກິດທີ່ເປັນໄປໄດ້ເຊິ່ງກັນແລະກັນ
5. ເຕີມພະລັງໃຫ້ກັບການນອນ ແລະ ການອອກກຳລັງກາຍຢ່າງເຕັມທີ່
6. ເຮັດໃນສິ່ງທີ່ທ່ານຄິດຢາກເຮັດແຕ່ບໍ່ເຄີຍລົງມືເຮັດຈັກເທື່ອ
7. ສຶກສາ ແລະ ຮຽນຮູ້ສິ່ງໃໝ່ໆເພື່ອການປັບໂຕ
8. ວາດຝັນ ແລະ ວາງແຜນທ່ອງທ່ຽວລ່ວງໜ້າ ເພາະນີ້ຄືແຮງບັນດານໃຈທີ່ສຸດຍອດ
ຫວັງວ່າຄຳແນະນຳເຫຼົ່ານີ້ຈະເປັນປະໂຫຍດແດ່ພວກທ່ານ

ພວກເຮົາຕ້ອງສູ້ ແລະ ຜ່ານວິກິດນີ້ໄປນຳກັນ


